ພາສາລາວ - 1800ແຣສເປັກ (1800RESPECT) ແມ່ນຫຍັງ?

ການ​ໂຕ້​ຕອບ​ຕໍ່​ຄວາມ​ຮຸນ​ແຮງ​ແລະ​ການ​ຂົ່ມ​ເຫັງ​ແມ່ນ​ໜ້າທີ່​ຮັບ​ຜິດ​ຊອບ​ຂອງ​ທຸກ​ຄົນ. 1800RESPECT (1800ແຣ​ສ​ເປັກ​) ແມ່ນ​ບໍ​ລິ​ການ​​ແຫ່ງ​ຊາດກ່ຽວ​ກັບ​ການ​ທຳ​​ຮ້າຍ​ທາງ​ເພດ, 1800RESPECT ມີ​ຂຶ້ນ​ເພື່ອ​ຜູ້​​ຮັບເຄາ​ະ/ຜູ້​ລອດ​ຊີ​ວິດ, ຄອບ​ຄົວ​ແລະ​ໝູ່​ເພື່ອນ​ແລະ​ພະ​ນັກ​ງານ.  ເຮົາ​ໃຫ້​ບໍ​ລິ​ການ​ດ້ານ​ໃຫ້​ການ​ປຶກ​ສາ​ທາງ​ໂທ​ລະ​ສັບ, ທາງ​ອອນ​ລາຍ​ແລະ​ເວັບ​ໄຊ​ທ໌​ຂອງ​ພວ​ກ​ເຮົາ​ມີ​ຂໍ້​ມູນ, ຄຳ​ແນະ​ນຳ​ແລະ​ສົ່ງ​ຕໍ່​ໄປ​​ຫາ​ບໍ​ລິ​ການ​ທ​ອງ​ຖິ່ນ​ຕ່າງໆ.  ທ່ານ​ສາ​ມາດ​​ໃຊ້​ສິ່ງ​ເຫຼົ່າ​ນີ້​ໂດຍ​ຜ່ານ​ເວັບ​ໄຊ​ທ໌ນີ້ ຫຼື​ໂດຍ​ໂທ​ລະ​ສັບ​ 1800 737 732.

1800RESPECT ​ຖື​ເປັນ​ພາ​ຣະໃນ​ການ​ຮັກ​ສາ​ໄວ້​ເຊິ່ງ​ສິດ​ທິ​ຂອງ​ຄົນ​ອອ​ສ​ເຕ​ຣ​ລຽນ​ທຸ​ກ​ຄົນ​ໃຫ້ໄດ້​ຢູ່​ໃນ​ສັງ​ຄົມ​ທີ່​ປາ​ສ​ຈາກ​ຄວາມ​ຮຸ​ນ​ແຮງ.  ຖ້າ​ທ່ານ​​ໄດ້​ປະ​ສົບຫຼື​ສ່ຽງ​ຕໍ່​ການ​ຖືກ​ທຳ​ຮ້າຍ​ທາງ​ເພດຫຼື​ຄວາມ​ຮຸນ​ແຮງພາຍ​ໃນ​ບ້ານຫຼື​ໃນ​ຄອບ​ຄົວ ​ເຮົາ​ຊ່ວຍ​ທ່ານ​ໄດ້.  ນອກນີ້ ເຮົາ​ກໍ​ຍັງ​ສາ​ມາດ​ຊ່ວຍ​ໄດ້ ຖ້າ​ທ່ານ​ເປັນ​ຜູ້​ອູ້ມ​ຊູ​ຜູ້​ຖືກ​ເຄາະ​ຮ້າຍ/ຜູ້​ລອດ​ຊີ​ວິດ ຫຼື ເຮັດ​ວຽກ​ໃນ​ຂ​​ະແໜງນີ້.

ຂໍ​ຄວາມ​ຊ່ວຍ​ເຫຼືອ

1800RESPECT ມີ​ຜູ້​ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດ​ໃຈ​ທາງ​ໂທ​ລະ​ສັບ​ແລະ​ທາງ​ອອນ​ລາຍ ເຊິ່ງ​ເຂົາ​ເຈົ້າ​ຢູ່​ທີ່ນັ້ນ​ກໍ​ເພື່ອ​ຄອຍ​ຊ່ວຍ​ເຫຼືອ​ທ່ານ.  ຜູ້​ໃຫ້​ຄຳ​ປຶກ​ສາ​ສາ​ມາດ​ຊ່ວຍ​ໃນ​ເຣື່ອງ​ຕ່າງໆ​ເຊັ່ນ:

  • ໃຫ້​ຂໍ້​ມູນ​ແລະ​ອູ້ມ​ຊູ,

  • ສົ່ງ​ຕໍ່​ໄປ​ຫາ​ບໍ​ລິ​ການ​ໃດ​ໜຶ່ງ​,

  • ໃຫ້​ຄຳ​ແນະ​ນຳ​ແລະ​ຊ່ວຍ​ເຫຼືອ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ຕໍ່​ໄປ, ແລະ

  • ພາ​ເຮັດ​ແຜນ​ການ​ຄວາມ​ປອດ​ໄພ.

ການ​ເອົາ​ຂໍ້​ມູນ

ນອກນີ້ ເວັບ​ໄຊ​ທ໌​ຂອງ 1800RESPECT ຍັງ​ມີ​ຂໍ້​ມູນ​ທີ່​ແຈ້ງດີ​ແລະ​ເຂົ້າ​ຈຸດ​ໂດຍ​ກົງ.  ​ເວັບ​ໄຊ​ທ໌ນີ້​ບັນ​ຈຸ​ຂໍ້​ມູນ​ທີ່​ຈະ​ຊ່ວຍ​ທ່ານ​ໃຫ້​ຮູ​້​ເຖິງ ເຄື່ອງຫມາຍຕ່າງໆ​ທີ່ສະ​ແດງວ່າ​ເປັນ​ການ​ຂົ່ມ​ເຫງ​ແລະຄວາມ​ຮຸນ​ແຮງ, ຂຶ້ນ​ແຜນ​ການ​ຄວາມ​ປອດ​ໄພ​ແລະ​ຮູ້​ຈັກ​​ຊອກຫາ​ບໍ​ລິ​ການ​ອູ້ມ​ຊູ.

ຂໍ້​ມູນ​ແລະ​ການ​ອູ້ມ​ຊູ​ສຳ​ລັບ​ຄອບ​ຄົວ​ແລະ​ໝູ່​ເພື່ອນ

ສະ​ມາ​ຊິກ​ຄອບ​ຄົວ​ແລະ​ໝູ່​ເພື່ອນ​ສາ​ມາດ​ໃຊ້ 1800RESPECT ໄດ້. ຖ້າ​ທ່ານ​ກັງ​ວົນ​ກ່ຽວ​ກັບ​ຄົນ​ທີ່​ທ່ານ​ຮັກ, ລູກ​ຫຼື​ເພື່ອນ​ຮ່ວມ​ງານ, 1800RESPECT ສາ​ມາດ​ຊ່ວຍ​ໄດ້.  ເມື່ອ​ມີ​ໃຜ​ຜູ້​ໜຶ່ງ​ບອກ​ທ່ານ​ວ່າ​ເຂົາ​ເຈົ້າ​ໄດ້​ປະ​ສົບ​ຄວາມ​ຮຸນ​ແຮງ​ໃນ​ບ້ານຫຼື​ໃນ​ຄອບ​ຄົວຫຼື​ຖືກ​ທຳ​ຮ້າຍ​ທາງ​ເພດ ທ່ານ​ອາດ​ຈະ​ຕົກ​ໃຈ​ຈົນ​ຊ​ອັກ, ແລະ​ ທ່ານ​ອາດບໍ່​ແນ່​ໃຈ​ວ່າ​ຈະ​ເວົ້າ​ຫ​ຍັງຫຼື​ຈະ​ເຮັດ​ຫ​ຍັງ.  1800RESPECT ໃຫ້​ຂໍ້​ມູນ​ແລະ​ແຫຼ່ງ​ຊ່ວຍ​ເຫຼືອຕ່າງໆ​ເພື່ອ​ວ່າ​ຄອບ​ຄົວ​ແລະ​ໝູ່​ເພື່ອນ​ຈະ​ສາ​ມາດ​ໃຫ້​ການ​ອູ້ມ​ຊູ​ໄດ້.  ຄອບ​​ຄົວແລະ​ໝູ່​ເພື່ອນ​ສາ​ມາດ​ໂທ​ລະ​ສັບ​ຫາ​ຜູ້​ໃຫ້​ຄຳ​ປຶກ​ສາ​ແລະ​ໂອ້​ລົມ​ເຖິງ​ສະ​ພາບ​ການ​ຂອງ​ຕົນ, ຖາມ​ຄຳ​ຖາມ​ຕ່າງໆ ແລະ ຂໍ​ຂໍ້​ມູນ​ເພີ່ມ​ຕື່ມ. ເວັບ​ໄຊ​ທ໌ນີ້​ມີ​ຂໍ້​ມູນ​ກ່ຽວ​ກັບ​​ບໍ​ລິ​ການ​​ຕ່າງໆສຳ​ລັບ​ຄົນ​ໃດ​ກໍ​ຕາມ​ທີ່​ປະ​ສົບ​ຄວາມ​ຮຸນ​ແຮງ​ໃນ​ບ້ານຫຼື​ໃນ​ຄອບ​ຄົວ, ຫຼື​ຖືກ​ທຳ​ຮ້າຍ​ທາງ​ເພດ, ແລະ ມີ​ ຕາ​ໜ່າງ​ເຊື່ອມ​ຕໍ່​ສຳ​ລັບ​ຕອບ​ຄຳ​ຖາມ​ທີ່​ຄົນ​ມັກ​ຖາມ​ເລື້ອຍໆ​ແລະ​ບໍ​ລິ​ການ​ຕ່າງໆ​ໃນ​ແຕ່​ລະ​ລັດ.  ນອກນີ້ ກໍ​ຍັງ​ມີ​ຂໍ້​ມູນບອກ​ວິ​ທີ​ຂຶ້ນ​ແຜນ​ການ​ຄວາມ​ປອດ​ໄພ.  ການ​ອູ້ມ​ຊູ​ຄົນ​ອື່ນ​ອາດ​ເຮັດ​ໃຫ້​ເກີດ​ຄວາມ​ກົດ​ດັນ, ແລະ​ຜົນ​ກະ​ທົບ​ອາດເປັນ​ເວ​ລາ​ຍາວ   ນ​ານ. 1800RESPECT  ຢູ່​ນີ້​ເພື່ອ​ອູ້ມ​ຊູ​ຄອບ​ຄົວ​ແລະ​ໝູ່​ເພື່ອນ​ແລະ​ຜູ້​ຮັບເຄາະ/ຜູ້​ລອດ​ຊີ​ວິດ.

ຂໍ້​ມູນ​ແລະ​ການ​ອູ້ມ​ຊູ​ສຳ​ລັບ​ພະ​ນັກ​ງານ​ແລະ​ຜູ້​ຊ່ຽວ​ຊານ

ມີ​ພາກ​ສ່ວນໜຶ່ງ​ໃນ​ເວັບ​ໄຊ​ທ໌ ທີ່​ຂຽນ​ໄວ້​ເປັນ​ພິ​ເສດ​ສຳ​ລັບ​ພະ​ນັກ​ງານ​ແລະ​ຜູ້​ຊ່ຽວ​ຊານ.  ມີ​ຂໍ້​ມູນ​ກ່ຽວ​ກັ​ບ​ຄວາມ​ຮຸນ​ແຮງ​ໃນ​ຄອບ​ຄົວ​ແລະ​ໃນ​ບ້ານ, ຂໍ້​ມູນ​ກ່ຽວ​ກັບ​ການ​ທຳ​ຮ້າຍ​ທາງ​ເພດ, ຂໍ້​ມູນ​ກ່ຽວ​ກັບ​ການ​ບັງ​ຄັບ​ໃຫ້​ແຈ້ງ​ແລະ​ ຄວາມ​ສະ​ເທືອນ​ໃຈ ທີ່​ເກີດ​ຈາກວຽກ.

ບາງ​ລັດ​ແລະ​ເຂດ​ພູ​ມິ​ພາກ​ອອກ​ກົດ​ໝາຍ​ບັງ​ຄັບ​ໃຫ້​ ແຈ້ງ​ເມື່ອ​ມີ​ເຫດ​ການ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ.  ທຸກໆ​ລັດ​ແລະ​ເຂດ​ພູ​ມິ​ພາກ​ບັງ​ຄັບ​ໃຫ້​ຕ້ອງ​ແຈ້ງ​ຖ້າ​ເດັກ​ນ້ອຍ​ຖືກ​ທຳ​ຮ້າຍ​ທາງ​ເພດ, ຖືກ​ຂົ່ມ​ເຫງຫຼື​ປ່ອຍ​ປະ​ລະ​ເລີຍ​ທາງ​ຮ່າງ​ກາຍ.  ເວັບ​ໄຊ​ທ໌ນີ້​ມີ​ຂໍ້​ມູນ​ຊ່ວຍ​ໃຫ້​ພະ​ນັກ​ງານ​ເຂົ້າ​ໃຈ​ວ່າ​ເມື່ອ​ໃດ​ທີ່​ເຂົາ​ເຈົ້າ​ຕ້ອງ​ແຈ້ງ​ຕຳ​ຣວດ​ແລະ/ຫຼື ແຈ້ງບໍ​ລິ​ການ​ປ້ອງ​ກັນ​ເດັກ, ການ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ອາດ​ຈະ​ເປັນ​ວຽກ​ທີ່​ສ້າງ​ຄວາມ​ພູມ​ໃຈ, ແຕ່​ມັນ​ກໍ​ອາດ​ເຮັດ​ໃຫ້​ອິດ​ເມື່ອຍ​ໃຈ​ໄດ້.  ເປັນ​ວຽກ​ທີ່​ຕ້ອງ​ການ​ຄວາມ​ເຂົ້າ​ໃຈ​ແລະ​ເຫັນ​ອົກ​ເຫັນ​ໃຈ.  ພະ​ນ​ັກ​ງານ​ແລະ​ຊ່ຽວ​ຊານ​ທີ່​ເຮັດ​ວຽກ​ຢູ່​ຊັ້ນ​ແນວ​ໜ້າ​ ທີ່​ເຫັນ​ຜົນ​ກະ​ທົບ​ຈາກຄົນ​ທີ່​ໄດ້​ຮັບ​ຄວາມ​ສະ​ເທ​ືອນ​ໃຈ ຢູ່​ຕ​ລອດ​ເວ​ລາ ນັ້ນ ຜູ້​ຊ່ວຍ​ເຫຼືອ​ເອງ​ອາ​ດ​ມີ​ຜົນ​ກະ​ທົບ​ຈາກວຽກ​ເປັນ​ບາງ​ຄັ້ງ​ບາງ​ຄາວ​ໄດ້.  ພະ​ນັກ​ງານ​ສາ​ມາດ​ຂໍ​ໃຊ້​​ສາຍ ​ໃຫ້​ຄຳ​ປຶກ​ສາ​ທາງ​ຈິດ​ໃຈ​ຂອງ 1800RESPECT ເພື່ອ​ຂໍ​ການ​ອູ້ມ​ຊູໄດ້.

ຈະ​ຕິດ​ຕໍ່​ໄດ້​ຢ່​າງ​ໃດ

ທ່ານ​ສາ​ມາດ​ໃຊ້ 1800RESPECT ໄດ້ຫຼາຍ​ວິ​ທີ.  ໃຊ້​ບໍ​ລິ​ການ​ໂທ​ຣະ​ສັບ​ໂດຍ​ໂທ ເລກ 1800 737 732 (ມີ​ນາຍ​ພາ​ສາ​ໄວ້​ໃຫ້).  ເຂົ້າ​ໄປທີ່ National Relay Service ເພື່ອ​ໃຊ້​ບໍ​ລິ​ການ​ອື່ນໆ.

ອາດ​ເປັນ​ໄປ​ໄດ້​ວ່າ​ການ​ໃຊ້​ບໍ​ລິ​ການ​ໃຫ້​ຄຳ​ປຶກ​ສາ​ທາງ​ອອນ​ລາຍ ປອດ​ໄພ​ກວ່າ​ສຳ​ລັບ​ທ່ານ.  ໃຊ້​ບໍ​ລິ​ການ​ໃຫ້​ຄຳ​ປຶກ​ສາ​ທາງ​ອອນ​ລາຍ​ໂດຍ​ເຂົ້າ​ໄປ​ໜ້າ​ທຳ​ອິດ​ຂອງ 1800RESPECT.  ການ​ໃຫ້​ຄຳ​ປຶກ​ສາ​ທາງ​ ສາຍ​ສື່​ສານ ແມ່ນ​ມີ​ຄົນ​ແທ້​ເວົ້າ​ນຳ.  ຜູ້​ໃຫ້​ຄຳ​ປຶກ​ສາ​ຈະ​ເວົ້າ​ລົມ​ກັບ​ທ່ານ​ໂດຍ​ກົງ.  ຖ້າ​ຈະ​ໃຊ້ 1800RESPECT ທາງ​ອອນ​ລາຍ ໃຫ້ມອດ ‘ກົນໄກກີດກັ້ນ-ສີ່ງທີ່ປະກົດຂື້ນໃນຫນ້າຈໍ (‘pop-up blocking’) ຢູ່​ໃນ​ບ​ຣາວ​ເຊີ​ຂອງ​ເວັບ​ຂອງ​ທ່​ານ.  ທ່ານ​ຕ້ອງ​ມີ​ສາຍ​ອິນ​ເຕີ​ແນັດ​ທີ່​ໃຊ້​ໄດ້ດີບໍ່​ຂາດ​ຕອນ.

ຖ້າ​ທ່ານ​ປະ​ສົງ​ຢາກ​ພົບ​ຜູ້​ໃຫ້​ຄຳ​ປຶກ​ສາ​ແບບຊ້ອງ​ໜ້າຫຼື​ແບບ​ລົມ​ກັນ​ທາງ​ໂທ​ຣະ​ສັບ ທ່ານ​ກໍ​ສາ​ມາດ​ຂໍ​ໄດ້​ໂດຍ​ຜ່ານ​ເວັບ​ໄຊ​ທ໌ນີ້.

ຖ້າ​ຢາກ​ໃຊ້​ເວັບ​ໄຊ​ທ໌​ໃຫ້​ເຂົ້າ​ໄປ​ທີ່ 1800RESPECT

 

ໃນ​ກໍ​ຣະ​ນີ​ອັນ​ຕະ​ຣາຍ​ຮີບ​ດ່ວນ ໃຫ້​ໂທ 000 ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ ຕຳ​ຫຼວດ.

ຖ້າ​ທ່ານ​ຢາກ​ໂທ​ສາຍ​ດ່ວນ​ໂດຍ​ໃຊ້ TTY ຫຼື​ບໍ​ລິ​ການ​ໂທ​ສົ່ງ​ຕໍ່ແຫ່ງ​ຊາດ, ໃຫ້​ເຂົ້າ​ໄປ​ເບິ່ງ: Calls to emergency services

 

ການໃຊ້ບໍລິການໃຫ້ຄຳປຶກສາທາງໂທລະສັບໂດຍມີນາຍພາສາຈາກ TIS

ພະ​ແນກ​ແປ​ເອ​ກະ​ສານ​ແລະ​ພາ​ສາ​ທາງ​ໂທ​ລະ​ສັບ​ແບບ 24/7 (TIS ແຫ່ງ​ຊາດ) ມີ​ໄວ້​ໃຫ້​ໃຊ້​ຟ​ຣີສຳ​ລັບ​ທຸກໆ​ຄົນ​ທີ່​ຢາກ​ຕິດ​ຕໍ່​ຫາ 1800RESPECT. ເພື່ອ​ຂໍ​ນາຍ​ພາ​ສ​າ: ໂທຫາ 1800RESPECT ທີ່​ເລກໂທ 1800 737 732 ແລະ​ຂໍ​ເອົາ​ນາຍ​ພາ​ສາ. ຜູ້​ໃຫ້​ຄຳ​ປຶກ​ສາ​ຈະ​ຕິດ​ຕໍ່​ຂໍ​ນາຍ​ພາ​ສາ​ໃຫ້, ຫຼ​ື ໂທ​ຫາ ​ບໍ​ລິ​ການ​ແປ​ພາ​ສາ​ທາງ​ໂທ​ຣະ​ສັບ (TIS) 131 450 ແລະ​ຂໍ​ໃຫ້​ເຂົາ​ເຈົ້າ​ຕິດ​ຕໍ່ 1800RESPECT ໃຫ້.

 TIS 

 

ກ່ຽວກັບຄວາມຮຸນແຮງໃນບ້ານແລະໃນຄອບຄົວ

ຄວາມຮຸນແຮງໃນບ້ານແລະໃນຄອບຄົວແມ່ນຫຍັງ? ການເຂົ້າໃຈເຣື່ອງຄວາມຮຸນແຮງໃນບ້ານແລະໃນ ຄອບຄົວສາມາດຊ່ວຍໃຫ້ທ່ານສາມາດຕອບໂຕ້ກັບມັນໄດ້.

 ກ່ຽວກັບຄວາມຮຸນແຮງໃນບ້ານແລະໃນຄອບຄົວ

 

Developed with: Ethnic Child Care, Family and Community Services Co-operative